ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງຢູ່ກອງພົນທີ1

     ໃນວັນທີ 29 ທັນວາ 2023 ນີ້, ກອງພົນທີ 1 ໄດ້ປະກາດການຈັດຕັ້ງໂດຍການເປັນປະທານ ຂອງສະຫາຍ ພົນຕີ ສອນທອງ
ພົມລາວົງ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນ
ຊາກອງພົນ, ອົງການ 5 ຫ້ອງ, ກອງພັນໃຫຍ່, ສູນຝຶກອົບຮົມ, ໂຮງໝໍ, ກອງຮ້ອຍເອກະລາດ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກ
ລົງຂອງກະຊວງປ້ອງກັນປະເທດ ອີງຕາມກົດໝາຍວ່າດ້ວຍກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໝວດທີ 4 ມາດ
ຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ
ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກະຊວງ
ປ້ອງກັນປະເທດ ຕົກລົງ: ຍົກຍ້າຍ ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຮອງຫົວໜ້າການເມືອງກອງພົນ ຫົວໜ້າຫ້ອງການເມືອງ
ກອງພົນທີ 1 ໄປຮັບໜ້າທີ່ໃໝ່ ຢູ່ກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງ ພັນເອກ ບຸນຂຸ້ມ ສີຄຳໄຊ ເປັນຮອງຫົວໜ້າ
ການເມືອງກອງພົນ ທັງເປັນຫົວໜ້າຫ້ອງການເມືອງ, ແຕ່ງຕັ້ງ ພັນເອກ ໄມພອນ ພິພັກ ເປັນຫົວໜ້າການເມືອງ ກອງພັນໃຫຍ່ 101,
ແຕ່ງຕັ້ງ ພັນໂທ ສົມຈັນ ກອງໄຊສອນ ເປັນຫົວໜ້າຫ້ອງການ ແລະ ບໍລິຫານ, ແຕ່ງຕັ້ງ ພັນໂທ ຄຳໄພວັນ ພະຈັນທອງ ເປັນຫົວໜ້າ
ການເມືອງ ກອງພັນໃຫຍ່ 102, ແຕ່ງຕັ້ງ ພັນໂທ ໄຊຊະນະ ໄຊຍະສຸກ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການ
ເມືອງ ກອງພັນໃຫຍ່ 102.

     ໃນພິທີທີ່ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ກ່າວຊີ້ນໍາໃຫ້ພາກສ່ວນທີ່ໄດ້ຮັບໜ້າທີ່ໃໝ່
ຕ້ອງປັບຕົວເຂົ້າກັບຄະນະພັກ-ຄະນະບັນຊາ ກໍຄືກົມກອງ, ຕ້ອງຮັກສາ ແລະ ເພີ່ມທະວີຄວາມສາມັກຄີ ເປັນເອກະພາບສູງ ໃນການ
ຄົ້ນຄວ້າຕັດສິນໃຈບັນຫາຕ່າງໆ ໂດຍປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງ
ດ້ານສິນທຳປະຕິວັດ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກົມກອງໃຫ້ດີ, ເອົາໃຈໃສ່ດໍາເນີນຊີວິດການເມືອງ
ແຕ່ລະໄລຍະເປັນປົກກະຕິ, ຕໍານິຕິຊົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ, ມີແບບແຜນດໍາລົງຊີວິດຕ້ອງຂາວສະອາດ,
ຕ້ອງເປັນຜູ້ທີ່ມີທັດສະນະມະຫາຊົນຕິດພັນກັບອ້າຍນ້ອງ ແລະ ກົມກອງ ຂອງຕົນຢູ່ສະເໝີ, ຕັ້ງໜ້າຍົກສູງສະຕິເພິ່ງຕົນເອງ ກຸ້ມຕົນ
ເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂ ແລະ ຄວາມສາມາດ, ເປັນເຈົ້າການໃນການປົກປັກຮັກສາພາຫະນະເຕັກນິກຊັບ
ສົມບັດຕ່າງໆ ແລະ ນໍາໃຊ້ໃຫ້ຖືກເປົ້າໝາຍ, ຖືກລະບຽບຫຼັກການ, ຮູ້ປະຢັດມັດທະຍັດ ໄປພ້ອມກັນນັ້ນກໍ່ຕ້ອງເອົາໃຈໃສ່ປັບປຸງດ້ານ
ການເຄື່ອນໄຫວຊີວິດວັດທະນະທຳໃຫ້ມີບັນຍາກາດສົດໃສ, ປັບປຸງກົມກອງໃຫ້ເຂັ້ມແຂງໜັກແໜ້ນ.

ແຫຼ່ງຂ່າວໂດຍ ຄຳພຸດ ພານຸວົງ
ວັນທີ 03/01/2024